Our Events

ກິດຈະກຳກິລາ ຍ່າງ-ແລ່ນ ເພື່ອສຸຂະພາບ

ໃນຕອນເຊົ້າວັນທີ 17 ກໍລະກົດ 2022 ສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກິດຈະກຳກິລາ ຍ່າງ-ແລ່ນ ເພື່ອສຸຂະພາບ ເພື່ອຂໍ່ານັບຮັບຕ້ອນ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 67 ປີ. ໂດຍມີຜູ້ຕ່າງໜ້າຈາກຫຼາຍກົມກອງພາຍໃນກະຊວງໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວຢ່າງຟົດຟື້ນ


ກອງປະຊຸມເຜີຍແຜ່ເຊື່ອມຊືມເອກະສານສຳຄັນຕ່າງໆຂອງພັກ-ລັດ ແລະຂອງຊາດ

ໃນຕອນເຊົ້າຂອງ ວັນທີ 17 ມິຖຸນາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ ສະຖາບັນຄົ້ນຄວ້າວິໄຈການພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມເອກະສານສຳຄັນຕ່າງໆຂອງພັກ-ລັດ ແລະຂອງຊາດ, ໂດຍການເປັນປະທານ ຂອງ ທ່ານ ສຸຜິດ ດາຣາຈັນທຣາ ທີ່ປຶກສາອາວຸໂສຂອງສະຖາບັນຄົ້ນຄວ້າວິໄຈການພັດທະນາ, ເຊິ່ງບັນດາສະມາຊິກແຕ່ລະພະແນກພາຍໃນສະຖາບັນ ມີການຜັດປ່ຽນກັນເພື່ອນຳສະເໜີຫົວຂໍ້ຕ່າງໆ ແລະ ມີຄຳຄິດເຫັນແລກປ່ຽນເຊິ່ງກັນ ແລະ ກັນ.


ສຄພ ເຂົ້າຮ່ວມພິທີປູກຕົ້ນໄມ້ຢູ່ດິນ ດົງໝາກຄາຍ ກຜທ, ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ 2022


  ກິດຈະກຳໃໝ່ປີ, 2024