ກ່ຽວກັບສະຖາບັນ

ຄຳເຫັນຂອງຄະນະສະຖາບັນຄົ້ນຄວ້າວິໄຈການພັດທະນາ

 

ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ “DRI”​ ມີ​ຖາ​ນະ​ທຽບ​ເທົ່າ​ກັບ​ກົມ​ໜຶ່ງສັງກັດ​ໃນ​ໂຄງ​ປະກອບ​ກົງຈັກ​ການຈັດ​ຕັ້ງ​ຂອງ​ກະຊວງ​ ແຜນການ ​ແລະການ​ລົງທຶນ “MPI”, ​ມີ​ພາລະ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ແກ່ກະຊວງ ໃນ​ການຄົ້ນຄ້ວາ, ສ້າງຍຸດທະສາດ, ແຜນແມ່ບົດ, ນະໂຍບາຍ ແລະມາດຕະການກ່ຽວກັບການພັດທະນາເສດຖະກິດ-ສັງຄົມລະດັບຊາດ ແລະທ້ອງຖິ່ນ. ດໍາເນີນການຄົ້ນຄວ້າ-ວິໄຈຫົວຂໍ້ຕ່າງໆ ທີ່ຕິດພັນກັບສະພາບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ເພື່ອສະໜອງຂໍ້ມູນ ແລະໃຫ້ຄໍາສະເໜີ/ມີຄຳເຫັນ ດ້ານນະໂຍບາຍໃຫ້ແກ່ກະຊວງ ແຜນການ ແລະການລົງທຶນ ເພື່ອພິຈາລະນານໍາສະເໜີຕໍ່ລັດຖະບານ. ຈັດຝຶກອົບຮົມ ແລະຍົກລະດັບຄວາມຮູ້ຄວາມສາມາດທາງດ້ານເຕັກນິກ ແລະວິຊາການຮອບດ້ານໃນວຽກງານຄຸ້ມຄອງເສດຖະກິດ-ແຜນການ ໃຫ້ພະນັກງານຂະແໜງແຜນການ ແລະການລົງທຶນ ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານການຄຸ້ມຄອງເສດຖະກິດ-ແຜນການ ໃນຂອບເຂດທົ່ວປະເທດ ໃນແຕ່ລະໄລຍະ.

DRIT ມີວິໄສທັດໃນການຜັນ​ຂະຫຍາຍ ແລະ ຫັນເອົາ​ແນວທາງ​​ຂອງ​ພັກ, ມະຕິ, ຄໍາສັ່ງ ​ແລະນະໂຍບາຍຂອງລັດຖະບານ ເຂົ້າໃນວຽກງານຄົ້ນຄວ້າດ້ານນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນແຜນການ, ແຜນງານ, ໂຄງການອັນລະອຽດ ແລະນໍາສະເໜີຄະນະນໍາ ກະຊວງແຜນການ ແລະການລົງທຶນ; ຕິດຕາມ ແລະປະເມີນສະພາບເສດຖະກິດມະຫາພາກປະຈໍາເດືອນ, ໄຕມາດ ແລະປະຈໍາປີ ເພື່ອນໍາສະເໜີທາງດ້ານນະໂຍບາຍ ແລະມາດຕະການກ່ຽວກັບການຄຸ້ມຄອງ ແລະແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກໃນແຕ່ລະໄລຍະ; ປະເມີນການຈັດຕັ້ງປະຕິບັດນະໂຍບາຍການພັດທະນາດ້ານສັງຄົມ, ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະບັນດາຕົວຊີ້ວັດດ້ານສັງຄົມ ແລະຄວາມທຸກຍາກ ເພື່ອສະໜອງຂໍ້ມູນ ແລະສະເໜີຄໍາເຫັນດ້ານນະໂຍບາຍຕໍ່ການສ້າງ ແລະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ; ສ້າງລະບົບຖານຂໍ້ມູນຂະແໜງເສດຖະກິດ-ສັງຄົມ ເພື່ອຮັບໃຊ້ວຽກງານການຄົ້ນຄວ້າ ແລະເຜີຍແຜ່ບັນດາຜົນຂອງການຄົ້ນຄວ້າ ຕາມການເຫັນດີຂອງຄະນະນໍາກະຊວງ ແຜນການ ແລະການລົງທຶນ ແລະຍົກ​ລະດັບຄວາມຮູ້-ຄວາມສາມາດດ້ານເຕັກ​ນິກ-ວິ​ຊາ​ການຄົ້ນຄວ້າໃຫ້​ແກ່​ພະ​ນັກ​ງານ​-ລັດ​ຖະ​ກອນໃຫ້ກາຍເປັນຄົ້ນຄວ້າທີ່ມີຄຸນນະພາບ.

ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ປະກອບມີ 5 ພະແນກຄື

  1. ພະແນກຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ
  2. ພະແນກຄົ້ນຄວ້ານະໂຍບາຍເສດຖະກິດ
  3. ພະແນກຄົ້ນຄວ້ານະໂຍບາຍສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ
  4. ພະແນກຄົ້ນຄວ້ານະໂຍບາຍພັດທະນາເຂດແຄວ້ນ ແລະ ສິ່ງແວດລ້ອມ
  5. ພະແນກຝຶກອົບຮົມ

ໂຄງຮ່າງການຈັດຕັ້ງ ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ

ຄະນະສະຖາບັນ


ພະແນກຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ


ພະແນກຄົ້ນຄວ້ານະໂຍບາຍເສດຖະກິດ

 

 


ພະແນກຄົ້ນຄວ້ານະໂຍບາຍສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ

 

 

 


ພະແນກຄົ້ນຄວ້ານະໂຍບາຍພັດທະນາເຂດແຄວ້ນ ແລະ ສິ່ງແວດລ້ອມ

 

 

 


ພະແນກຝຶກອົບຮົມ