ກອງປະຊຸມປຶກສາຫາລື ແລະ ຮັບຮອງຕົວຊີ້ບອກການເຕີບໂຕສີຂຽວແຫ່ງຊາດ.

ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກະຊວງແຜນການ ແລະ ການລົງທຶນ (DRI) ຮ່ວມກັບສະຖາບັນການເຕີບໂຕສີຂຽວສາກົນ (GGGI) ຈັດກອງປະຊຸມປຶກສາຫາລື ແລະ ຮັບຮອງຕົວຊີ້ບອກການເຕີບໂຕສີຂຽວແຫ່ງຊາດ. ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສີສະຫວັນ ດີດາຣາວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ແລະ Mr. Rowan Fraser Country Representation GGGI Lao PDR, ແລະ ການເຂົ້າຮ່ວມຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອມາທົບທວນ, ປະກອບຄໍາເຫັນ ແລະ ຢັ້ງຢືນຄັ້ງສຸດທ້າຍເຖິງຄວາມເປັນເອກະພາບກັນໃນການກໍານົດຕົວຊີ້ບອກການເຕີບໂຕສີຂຽວຂອງ ສປປ ລາວ ທີ່ໄດ້ຜ່ານການເຮັດວຽກຮ່ວມກັນມາແລ້ວໃນໄລຍະຜ່ານມາ. ຜົນການຕິດຕາມແລະກໍານົດຕົວຊີ້ບອກນີ້ຈະນໍາໃຊ້ເປັນຖານຂໍ້ມູນຕິດຕາມການຈັດຕັ້ງປະຕິບັດວຽກງານການເຕີບໂຕສີຂຽວຂອງ ສປປ ລາວ ຢ່າງຕໍ່ເນື່ອງ, ລວມທັງເປັນການສະໜັບສະໜູນໃຫ້ແກ່ການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ຮອດປີ 2030.
ນະຄອນຫລວງວຽງຈັນ, ວັນທີ 07 ທັນວາ 2023.