“ການເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງປະເທດ ເພື່ອໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນແຕ່ລະດ້ານ”

ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກະຊວງແຜນການ ແລະ ການລົງທຶນ ໃນນາມເປັນໃຈກາງຜັນຂະຫຍາຍແຈ້ງການຂອງຫ້ອງການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1310/ຫສນຍ, ລົງວັນທີ 18 ກໍລະກົດ 2023. ໄດ້ຈັດກອງ​ປະ​ຊຸມສ​ຳ​ມະ​ນາວິທະຍາສາດ ກ່ຽວກັບ “ການເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງປະເທດ ເພື່ອໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນແຕ່ລະດ້ານ”  ທີ່ຕິດພັນກັບການພັດທະນາເຂດແຄ້ວນ, ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃຫມ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ. ໂດຍຈຸດປະສົງຂອງກອງປະຊຸມສຳມະນາວິທະຍາສາດໃນຄັ້ງນີ້ ແມ່ນເພື່ອຮັບຟັງການນຳສະເໜີຜົນຂອງການຄົ້ນຄວ້າ ແລະ ພ້ອມທັງ ສະເໜີບັນດາຂະແໜງການຫຼັກທີ່ຕິດພັນກັບ 4 ຂະແໜງເສດຖະກິດປາຍແຫຼມ ແລະ 3 ຂະແໜງການເສດຖະກິດສະໜັບສະໜູນ, ກໍ່ຄືບັນດານັກວິຊາການ, ນັກຄົ້ນຄວ້າ ໄດ້ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ບົດຄົ້ນຄວ້າສະບັບນີ້ ເປັນໝາກຫົວໃຈໃນການສົ່ງເສີມຂະແໜງການເສດຖະກິດ ທີ່ເປັນທ່າແຮງ ແລະ ເປັນໃຈກາງໃນການຂັບເຄື່ອນບັນດານະໂຍບາຍ ແລະ ມາດຕະການຕ່າງໆທີ່ວາງອອກ ເຮັດໃຫ້ການພັດທະນາຂະແໜງເສດຖະກິດປາຍແຫຼມ ໄດ້ຮັບໝາກຜົນຢ່າງເປັນຮູບປະທຳ.

ນະຄອນຫຼວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ວັນທີ 11 ມັງກອນ 2024