ກອງປະຊຸມສຳມະນາວິຊາການປະຈຳອາທິດ ພາຍໃນສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ

ກອງປະຊຸມສຳມະນາວິຊາການປະຈຳອາທິດ ພາຍໃນສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ໃນອາທິດນີ້ແມ່ນຜຽນຂອງພະແນກຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ ແລະ ພະແນກຄົ້ນຄວ້ານະໂຍບາຍສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ ເຊິ່ງຜູ້ສະເໜີບົດໄດ້ແກ່ ທ່ານ ສອນລະໄກ ເພັດໂຍທິນ ໃນຫົວຂໍ້ “ການຈັດແບ່ງຕຳແໜ່ງງານລັດຖະກອນ”, ທ່ານ ກິລະກອນ ສີພອນໄຊ ຫົວຂໍ້ “ການນຳໃຊ້ລະບົບ ແລະ ເຄື່ອງມືພື້ນຖານໃນການຊ່ວຍວຽກໃນຫ້ອງການ”, ທ່ານ ວຽງຄອນ ບົວພະຈັນ ຫົວຂໍ້ “ຄວາມຮູ້ພື້ນຖານກ່ຽວກັບການລົງທຶນຂອງລັດ”, ທ່ານ ພຸດທະຈັນ ຕົ້ນແພງ ແລະ ທ່ານ ຄຳປະເສີດ ແກ້ວວົງສຸດທິ ຫົວຂໍ້ “ການຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານ ຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ”.