Midline Survey & Iterative Beneficiary Monitoring

ກອງປະຊຸມລາຍງານຜົນການສຳຫຼວດໄລຍະກາງ (Midline Survey) ແລະ ຜົນການສຳຫຼວດການຕິດຕາມຜູ້ໄດ້ຮັບຜົນປະໂຫຍດ (Iterative Beneficiary Monitoring) ຂອງແຜນງານໜຶ່ງດຽວທີ່ມີສ່ວນຮວ່ມຂອງຫຼາຍຂະໜງການ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມໂຮງແຮມ APS ເມືອງວັງວຽງ, ແຂວງວຽງຈັນ ໃນລະຫວ່າງວັນທີ 1-5 ສິງຫາ 2023 ໂດຍການເປັນປະທານຂອງ ທ່ານ ປອ. ສິດທິຣົດ ຣາຊະພົນ, ຫົວໜ້າສະຖາບັນຄົ້ນຄ້ວາວິໄຈການພັດທະນາ ແລະ ສູນຝຶກອົບຮົມ (ສຄອ) , ກະຊວງແຜນການ ແລະ ການລົງທຶນ. ເຂົ້າຮ່ວມກອງປະຊຸມປະກອບດ້ວຍຜູ້ຕາງໜ້າຈາກບັນດາຂະແໜງການທີ່ມີສ່ວນຮ່ວມກັບການຈັດຕັ້ງປະຕິບັດໂຄງການທີ່ນອນໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ, ຜູ້ຕາງໜ້າທະນາຄານໂລກ ໃນນາມຜູ້ໃຫ້ທຶນ, ຊ່ຽວຊານຈາກບໍລິສັດທີ່ປຶກສາ ທີ່ຮັບຜິດຊອບດໍາເນີນການສໍາຫຼວດ. ນອກນັ້ນຍັງມີຜູ້ຕາງໜ້າຈາກພະແນກແຜນການ ແລະ ການລົງທຶນ 04 ແຂວງເປົ້າໝາຍ ແລະ ຫ້ອງການແຜນການ ແລະ ການລົງທຶນ 12 ເມືອງເປົ້າໝາຍເຂົ້າຮ່ວມທາງອອນລາຍການສຳຫຼວດໄລຍະກາງ (Midline Survey) ແລະ ການສໍາຫຼວດການຕິດຕາມຜູ້ໄດ້ຮັບຜົນປະໂຫຍດ (Iterative Beneficiary Monitoring) ຂອງແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການ ແມ່ນໄດ້ສໍາເລັດໃນທ້າຍປີ 2022 ໂດຍບໍລິສັດອິນໂດຊາຍນາຣີເຊີດລາວ ຈຳກັດ ເປັນຜູ້ຮັບຜິດຊອບດຳເນີນການສຳຫຼວດຕົວຈິງຢູ່ໃນ 04 ແຂວງເປົ້າໝາຍ: ຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຜົນຂອງການສຳຫຼວດໄລຍະກາງ (Midline Survey) ແລະ ຜົນການສໍາຫຼວດການຕິດຕາມຜູ້ໄດ້ຮັບຜົນປະໂຫຍດ (Iterative Beneficiary Monitoring) ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເຫັນໄດ້ຜົນສຳເລັດ,​ ບັນຫາ, ຂໍ້ຄົງຄ້າງ ແລະ ຄໍາແນະນໍາທີ່ບໍລິສັດທີ່ປຶກສາ ກໍ່ຄື ສຄອ ມີຕໍ່ຜົນການສໍາຫຼວດທັງ 02 ຢ່າງນັ້ນ ແລ້ວນຳໄປພິຈາລະນາ ແລະ ໝູນໃຊ້ເຂົ້າໃນການປັບປຸງຈັດຕັ້ງປະຕິບັດກິດຈະກຳໂຄງການຂອງຕົນ  ກໍ່ຄືການອອກແບບ ແລະ ການວາງແຜນໂຄງການໃນຕໍ່ໜ້າ.