ກອງປະຊຸມສຳມະນາວິຊາການ ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ

ໃນຕອນເຊົ້າຂອງວັນທີ 09 ສິງຫາ 2023 ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ໄດ້ຈັດກອງປະຊຸມສຳມະນາວິຊາການພາຍໃນສະຖາບັນຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ຈຸດປະສົງກອງປະຊຸມໃນຄັ້ງນີ້ກໍ່ເພື່ອເປັນເວທີແລກປ່ຽນຜົນຂອງການຄົ້ນຄວ້າຂອງນັກຄົ້ນຄວ້າພາຍໃນ ສຄອ ແລະ ກໍ່ເປັນການກໍ່ສ້າງນັກຄົ້ນຄວ້າຫນຸ່ມນ້ອຍໃຫ້ມີຄວາມຮູ້ຄວາມສາມາດດ້ານການຄົ້ນຄວ້າໃຫ້ມີວິທະຍາສາດ ພ້ອມດຽວກັນນັ້ນ ທ່ານ ປອ ສິດທິຣົດ ຣາຊະພົນ ກໍ່ໄດ້ນຳພາສະເໜີບົດກ່ຽວກັບ Market Access Under WTO Rule ເຊິ່ງເປັນບົດນຳສະເໜີທຳອິດ ແລະ ຈະໄດ້ຜັດປ່ຽນໝູນວຽນໄປເປັນແຕ່ລະບຸກຄົນ ເປັນແຕ່ລະພະແນກ ໃນທຸກໆອາທິດ.